ເຄັດລັບຄວາມງາມ


ສູດພອກໜ້າ ເພື່ອລົດຄວາມມັນເທິງໃບໜ້າ ເຮັດໃຫ້ຮູຂຸມຂົນນ້ອຍລົງ, ຜິວໜ້າກ້ຽງ ແລະ ໃສ.
ສ່ວນປະສົມມີ : ໄຂ່ໄກ່ 1 ໜ່ວຍ ( ເອົາແຕ່ໄຂ່ຂາວ ) ນ້ຳໝາກນາວ 1 ບ່ວງ.
v ຊອຍໝາກແຕງເປັນປຽງບາງ ແລ້ວເອົາໄປປັ່ນພ້ອມກັບໄຂ່ຂາວຈາກນັ້ນໃສ່ນ້ຳຫມາກນາວຕາມລົງໄປ ປັ່ນຈົນລະອຽດເປັນເນື້ອດຽວກັນ
v ນຳມາພອກໃຫ້ທົ່ວໃບໜ້າ ເວັ້ນຮອບປາກ ແລະ ດວງຕາ ປະໄວ້ປະມານ 20 ນາທີ ແລ້ວລ້າງໜ້າດ້ວຍນ້ຳສະອາດຫຼືນ້ຳອຸ່ນ
ເຫມາະສຳຫຼັບຜູ້ທີ່ມີຜິວໝອງຄ້ຳ ໜ້າມັນ ຄວນພອກອາທິດລະເທື່ອ ຈະຊ່ວຍລົດຄວາມມັນສ່ວນເກີນ ກະຊັບຮູຂຸມຂົນຜິວໜ້ານຽນໃສ ຢ່າງເປັນທຳມະຊາດ.


v      ພຽງແຕ່ພອກໜ້າດ້ວຍ 2 ຢ່າງນີ້ບັນຫາສິວຫົວດຳກໍ່ຈະ

ຫາຍໄປ

     


      ເມື່ອ​ເຮົາ​ປະສົມ​ນ້ຳ​ໝາກນາວ​ ແລະ​ ໄຂ່​ຂາວ​ ເຂົ້າ​ນຳກັນ​ ແລ້ວ​ນຳ​ມາ​ມາກ​ໜ້າ​ເພື່ອ​ກຳຈັດ​ສິວ​ຫົວ​ດຳ​ ຜົນ​ລັບ​ທີ່​ອອກ​ມາ​ຈະ​ເຮັດໃຫ້​ເຮົາ​ຮູ້ສືກ​ເຖີງ​ຄວາມ​ປະ​ຫຼາດ​ໃຈ​ໄດ້​ຢ່າງ​ແນ່ນອນ​ ເຊີ່ງ​ໝາກ​ນາວ​ນັບ​ເປັໜື່ງ​ໃນ​ສິ່ງ​ທີ່​ມີ​ສ່ວນ​ຊ່ວຍ​ໃນ​ການ​ກຳຈັດ​ແບັກ​ທີເລຍ ​ແລະ ​ໄຂ​ມັນ​ຂອງ​ເຈົ້າ​ໄດ້​ເປັນ​ຢ່າງ​ດີ​ ມັນ​ຈື່ງ​ເປັນ​ສ່ວນໜື່ງ​ຂອງ​ຜະລິດຕະພັນ​ຄວາມ​ງາມ​ຕ່າງ​ໆ​ທີ່​ເຮົາ​ພົບ​​ໃນ​ທຸກ​ມື້​ນີ້. 
      ນອກ​ຈາກ​ນັ້ນ​ແລ້ວ​ ມັນຍັງ​ຈະ​ຊ່ວຍ​ຫຼຸດ​ຂະໜາດ​ຂອງ​ຮູຂຸມ​ຂົນ​ ເຮັດໃຫ້​ຜິວ​ໜ້າ​​ໃສຂື້ນ ແລະ​ ກຳຈັດ​ສິວ​ເທີງ​ໃບ​ໜ້າ​ຂອງ​ເຈົ້າ​ໄດ້​ເປັນ​ຢ່າງ ​ດີ​ ໃນ​ຂະນະ​ທີ່​ໄຂ່​ຂາວ​ຊ່ວຍ​ໃຫ້​ຜິວ​ຂອງ​ເຮົາ​ໄດ້​ປັບ​ສະພາບ​ດີ​ຂື້ນ​ບອກ​ລາ​ ສິວ​ຫົວ​ດຳ.
-
ສ່ວນ​ປະສົມ​
ໄຂ່​ 1 ໜ່ວຍ​ (ເອົາ​ສະເພາະ​ໄຂ່​ຂາວ​)
ນ້ຳ​ໝາກນາວ​ສົດ​ 1 ບ່ວງ​ຊາ​
      
ເລີ່ມ​ຕົ້ນ​ງ່າຍໆ​ໂດຍ​ການ​ນຳ​ໄຂ່​ຂາວ​ໄປ​ຄົນ​ລວມກັບ​ນ້ຳ​ໝາກນາວ​ ສຳເລັດ​ແລ້ວ​ລ້າງ​ໜ້າ​ດ້ວຍ​ນ້ຳ​ອຸ່ນ​ເພື່ອ​ລ້າງ​ສິ່ງ​ສົກກະປົກ​ແລະ​ເປີດຮູ​ຂຸມ​ຂົນ​ເທີງ​ໃບ​ໜ້າ. 

        ເລີ່ມ​ມາກ​ໜ້າ​ຂອງ​ເຈົ້າ​ໃຫ້​ທົ່ວ​ບໍລິເວນ​ໃບ​ໜ້າ​ ຍົກ​ເວັ້ນແຖວດ​ວງ​ຕາ​ ຖິ້ມ​ໄວ້​ປະ​ມານ​ 20-25 ນາ​ທີ​ ສຳເລັດ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ​ແລະ​ ທາຄຮີມ​ບຳ​ລຸງ​ຜິວ​​ໃບ​ໜ້າ​ຕາມ​ປົກກະຕິ​ ເທົ່ານີ້​ກໍ​ຈະ​ເຮັດໃຫ້​ສິວ​ຫົວ​ດຳ​ຫຼືສິວ​ສ້ຽນ​ເທີງ​ໃບ​ໜ້າ​ຂອງ​ເຈົ້າ​ ຫຼຸດລົງ​ຢ່າງ​ແນ່ນອນ​.

ທີ່ມາ http://news.com.la/detail/15823

ไม่มีความคิดเห็น:

แสดงความคิดเห็น