ສາລະໜ້າຮູ້


v ອີຫຸ່ມ​ ສຸດຍອດ​ສ​ະຫມຸນ​ໄພ​ສີ​ຂຽວ​ ຊ່ວຍ​ຮັກສາ​ 5 ພະຍາດ​ມະ​ເຮັງ​ຮ້າຍ





ຫຼາຍ​ຄົນ​ທົ່ວ​ທຸກ​ມຸມ​ໂລກ​ກ່ຽວ​ຂ້ອງ​ກັບ​ມະ​ເຮັງ​ພະຍາດ​ທີ່​ອັນຕະລາຍ​ທີ່ສຸດ​ ໂຊກດີ​ທີ່​ທຳມະຊາດ​ໃຫ້​ເຮົາ​ມີ​ຕົ້ນອີຫຸ່ມ​ພືດ​ສີ​ຂຽວ​ ຊື່ງ​ມັກ​ຈະ​ເອີ້ນ​ວ່າ​ "ຕົ້ນ​ໄມ້​ມະຫັດ ສະຈັນ​" ເພາະ​ມັນ​ສາມາດ​ປິ່ນປົວພະຍາດ​ມະ​ເຮັງ​ ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ປະເທດ​ຟິ​ລິບ​ປິນ ອິນ​ເດຍ​ ແລະ​ ບາງ​ສ່ວນ​ຂອງ​ເອ​ຟິ​ກາ​ ແຕ່​ມັນຍັງ​ບໍ່​ເປັນ​ທີ່​ຮູ້​ຈັກ​ໃນ​ປະເທດ​ສະ​ຫະລັດອາ​ເມ​ຣິ​ກາ​
-       ຕົ້ນ​ອີຫຸ່ມ​ ຖື​ກຳ​ເນີດ​ມາ​ຈາກ​ປະເທດ​ອິນ​ເດຍ​ ແລະ ​ຕາມ​ຂໍ້​ການຂາດຄະເນວ່າ​ອັດຕາ​ການ​ເສຍຊີວິດ​ຈາກ​ພະຍາດ​ມະ​ເຮັງ​ຕັບ​ອ່ອນ​ໃນ​ອິນ​ເດຍ​ຄື​ 84% ຊື່ງ​ຕ່ຳ​ກວ່າ​ໃນ​ປະເທດ​ສະ​ຫະລັດ​ອາ​ເມ​ຣິ​ກາ​ ຍັງ​ສາມາດ​ພົບ​ໄດ້​ໃນ​ທະ​ເລ​ແຄ​ຣິບ​ບຽນ​ອາ​ເມ​ຣິ​ກາກ​າງ​ ເອ​ເຊຍ​ ແລະ​ ເອ​ຟິ​ກາ​
-       ພືດ​ຊະນິດ​ນີ້​ສາມາດ​ນຳ​ມາ​ໃຊ້​ໃນ​ການ​ປິ່ນປົວພະຍາດ​ມະ​ເຮັງ​ ເນື່ອງ​ຈາກ​ມີປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ພະ ຍາດ​ມະ​ເຮັງ​ ມີ​ຄຸນສົມບັດ​ຄືດຽວ​ກັບ​ ແຄມ​​ເຟີ​ຣອນ​ rhamnetin ແລະ​ isoquercetin
-       ງານ​ວິໄ​ຈ​ລ່າ​ສຸດ​ ສະແດງ​ໃຫ້​ເຫັນ​ວ່າ​ອີຫຸ່ມ​ມີ​ປະສິດທິພາບ​ຕ້ານ​ມະ​ເຮັງ​ທີ່​ມີ​ຜົນ​ໃນ​ດ້ານບວກ​ ສົ່ງ​ຜົນ​ໃຫ້​ຫ່າງ​ໄກ​ຈາກ​ພະຍາດ​ມະ​ເຮັງ​ປອດ​ ມະ​ເຮັງ​ຮວຍໄຂ່​ ມະ​ເຮັງ​ຜິວ​ໜັງ​ ແລະ​ ມະ​ເຮັງ​ຕັບ​
-       ແນວໃດ​ກໍ່​ຕາມ​ການ​ວິ​ໄຈ​ເພິ່ມຕື່ມ​ນີ້​ຕ້ອງ​ການ​ຍົກຍ້ອງ​ຕົ້ນ​ໄມ້​ຊະນິດ​ນີ້​ເພາະ​ມັນ​ມີ​ຄຸນສົມບັດ​ແລະ​ມີ​ປະໂຫຍດ​ຢ່າງ​ອັດສະຈັນ​ສຳລັບ​ຕ້ານ​ມະ​ເຮັງ​ ການສືກສາ​ນີ້​ຈື່ງ​ມີ​ຄວາມຫມາຍ​ຫຼາຍ​ ເພາະ​ມັນ​ສະແດງ​ເຖິງປະສິດທິພາບ​​ຂອງ​ຈຸດ​ເລີ່ມ​ຕົ້ນ​ສຳລັບ​ການ​ແພດ​ໃນ​ອະນາຄົດ​
ສັບພະຄຸນ ແລະ ຄຸນຄ່າທາງດ້ານສະໝຸນໄພຂອງຫວ້ານຫາງແຂ້ ທີ່ຄວນຮູ້


ໃບຫວ້ານຫາງແຂ້ໃຊ້ສ່ນທີ່ເປັນເປືອກສີຂຽວມາຕຳໃຫ້ລະອຽດປະສົມກັບເຫຼົ້າຂາວເປັນຢາສະໝຸນໄພທີ່ໃຊ້ພອກບາດແຜທີ່ເປັນໜອງ ຫຼືອັກເສບໃຊ້ພອກຝີເພື່ອສະໝານແຜໃຫ້ດີໄວຍິ່ງຂື້ນ


-      ສ່ວນງຸ້ນໃສສີຂາວຂອງຫວ້ານຫາງແຂ້ຝານບາງໆ ເປັນສະໝຸນໄພທາບາດແຜທີ່ເກີດຈາກການຖືກຄວາມຮ້ອນ ຫຼື ໄຟໄໝ້ 

-      ມີສັບພະຄຸນຊ່ວຍຫຼຸດອາການແສບຮ້ອນ ຊ່ວຍດັບຜິດຮ້ອນເຮັດໃຫ້ຜິວເຢັນ ຊຊ່ວບສະໝານແຜ ແລະ ຫຼຸດຮອຍແຜເປັນ ໃຊ້ທາຜິວເພື່ອປ້ອງກັນຜິວໄໝ້ຈາກການຖືກແດດ ໃຊ້ກິນເພື່ອບຳລຸງຮ່າງກາຍ ແກ້ຮ້ອນໃນ ສະໝານແຜໃນປາກ ແລະ ທາງເດີນອາຫານ ຮັກສາແຜໃນກະເພາະ

ຮາກຫວ້ານຫາງແຂ້ ເປັນສະໝຸນໄພເພື່ອສຸຂະພາບໂດຍນຳມາທຸບໃຫ້ລະອຽດແລ້ວຈື່ງນຳໄປຕົ້ມກັບນ້ຳດື່ມເພື່ອຂັບຂອງເສຍໃນຮ່າງກາຍ ຂັບໜອງ ແລະ ນ້ຳເຫຼືອ

-      ງຸ້ນຂອງຫວ້ານຫາງແຂ້ຊ່ວຍຮັກສາແຜໃນກະເພາະ ໃຊ້ຫ້ວານຫາງແຂ້ແກ່ປອກເປຶກອອກເອົາແຕ່ງຸ້ນໃສໆຊອຍເປັນຕ່ອນພໍດີຈາກນັ້ນລ້າງນ້ຳໃຫ້ສະອາດນຳໄປແຊ່ກັບນ້ຳເຊື່ອມ ໄວ້ປະມານ 12 ຊົ່ວໂມງ ເພື່ອໃຫ້ນ້ຳເຊື່ອມຊືມເຂົ້າໃນງຸ້ນ ໃຊ້ກິນເປັນຂອງຫວ່າງມີສັບພະຄຸນຊ່ວຍຮັກສາບາດແຜໃນກະເພາະ ທາງເດີນອາຫານ ແລະ ລຳໄສ້ ຊ່ວຍເຄືອບກະເພາະອາຫານປ້ອງກັນໂຣກກະເພາະ

ທີ່ມາ ຄິດອອ
 v 10 ປະໂຫຍດຂອງໝາກແຕງ ໝາກໄມ້ລາວ ທີ່ບໍ່ຄວນເບີ່ງຂ້າມ

ໝາກແຕງ​​ ໝາກ​ອ່ອນ​ຂອງມັນ​ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ຫຼາກ​ຫຼາຍ​ຊະນິດ​ນຳກັນ​ເຊັ່ນ: ທາດ​ຟອດ​ຟໍ​ຣັດ​ ແຄລ​ຊຽມ​ ແລະ ​ຍັງມີ​ວິ​ຕາ​ມິນ​ຕ່າງ​ໆ​ ສູງ​ກວ່າ​ໝາກ​ສຸກ​ອີກ​ດ້ວຍ



 ສັບ​ພະຄຸນຂອງ​ໝາກແຕງ​

1. ໝາກແຕງ​​ມີ​ວິ​ຕາ​ມິນ​ເອ​ສູງ​ຫລາຍ​
2.
ໃຊ້​ຮັບປະທານ​ແກ້ຫິວນ້ຳ
3.
ໃຊ້​ຂັບ​ຍ່ຽວ​
4.
ໃຊ້​ບຳ​ລຸງ​ທາດ​
5.
ບຳ​ລຸງ​ຫົວ​ໃຈ​
6.
ໝາກແຕງ​ມີ​ສ່ວນ​ຊ່ວຍ​ບຳ​ຣຸງ​ສະຫມອງ​
7.
ສາມາດ​ບັນ​ເທົາ​ອາການ​ໄອ​ຈາກ​ພະຍາດ​ປອດ​
8.
ປ້ອງ​ກັນ​ພະຍາດ​ວັນ​ນະໂລກ
9.
ແກ້​ພະຍາດ​ທາງເດີນ​ປັດສະວະ​ອັກ​ເສບ​
10.
ປ້ອງ​ກັນ​ພະຍາດ​ເສັ້ນ​ເລືອດ​ຝອຍ​ຜ່ອຍ​ບາງ​ ທີ່​ມາ​ຂອງ​ສາ​ເຫດ​​ອາການ​ເລືອດ​ດັງອອກ​

ການ​ຮັບປະທານ​ໝາກແຕງ

ນິຍົມ​ນຳ​ໜ່ວຍ​ອ່ອນ​​ນຳ​ມາ​ລ້າງ​ໃຫ້​ສະ​ອາດ​ ປອກ​ເປືອກ​ຮັບປະທານ​ກັບ​ແຈ່ວຊະນິດ​ຕ່າງ​ໆ ​ຫລື​ ອາດ​ນຳ​ມາ​​ເຮັດ​ເປັນ​ຢຳ​ ຫລື​ ຕຳສົ້ມໝາກແຕງ​​ກໍ​ໄດ້​ ໝາກແຕງ​ສາມາດ​ຮັບປະທານ​ໄດ້​ທັງ​ໜ່ວຍ​ອ່ອນ​ໃນ​ຮູບ​ແບບຂອງ​ຜັກ​ ຫລື​ ລໍຖ້າ​ໃຫ້ໃຫຍ່ແລ້ວນຳມາ​ຮັບປະທານ​ໃນ​ຮູບ​ຫມາກໄມ້​ ຫລື ​ເຂົ້າໜົມ​ຫວານ​ເຊັ່ນ​: ລອຍໝາກແຕງ ຫຼື ກະທິໝາກແຕງ ​ ເປັນ​ຕົ້ນ​




ທີ່ມາ http://news.com.la/detail/15827

ວິທີແກ້ຜົມຫຼົ່ນດ້ວຍສະໝຸນໄພ


ສາວໆຮູ້ບໍ່ວ່າມີສະໝຸນໄພຕັງຫຼາຍໂຕທີ່ສາມາດຊ່ວຍຫຼຸດແລະຮັກສາອາການຜົມຫຼົ່ນໄດ້ມື້ນີ້ພວກເຮົານຳເອົາສະໝູນໄພທີ່ຊ່ວຍຮັກສາ ຜົມຫຼົ່ນມາຝາກກັນຖ້າໃຜບໍ່ຢາກຫົວລ້ານຫ້າມພາດກັນເດີສາວໆ

ສູດຮັກສາຜົມຫຼົ່ນດ້ວຍມາກຂີ້ຫູດ
ນຳໝາກຂີ້ຫູດສົດໆປະມານ 4-5 ໜ່ວຍມາຕົ້ມໃນນ້ຳຮ້ອນຈົນນິ້ມຈາກນັນໃຊ້ຜ້າຂາວບາງຫໍ່ໄວ້ບີບ ແລະ ຄັ້ນເອົາແຕ່ນ້ຳເມື່ອໄດ້ນ້ຳໝາກຂີ້ຫູດ ແລ້ວໃຫ້ນຳມາພົມໃຫ້ທົ່ວຜົມ ແລະ ໂຄນຜົມໝັກປະໄວ້ປະມານ 5 ນາທີ ແລ້ວຄ່ອສະຜົມ ໃຫ້ສະອາດສູດນີ້ສາມາດເຮັດໄດ້ອາທິດລະ 1-2 ຄັ້ງ ຜົມຈະຄ່ອຍໆແຂງແຮງຂື້ນ ແລະ ສັງເກດໄດ້ວ່າຜົມຫຼົ່ນໜ້ອຍລົງ.

ສູດຮັກສາຜົມຫຼົ່ນດ້ວຍຂິງ
        ນຳຂິງແກ່ 1 ຫົວໄປຂາງໄຟຈົນອຸ່ນຈາກນັນນຳໄປຕຳໃຫ້ລະອຽດແລ້ວຫໍ່ດ້ວຍຜ້າຂາວບາງເຮັດເປັນລູກປະຄົບນຳມາປະຄົບທີ່ກົກຜົມຜົມໃຫ້ທົ່ວ ປະໄວ້ປະມານ 20 ນາທີ ແລ້ວສະຜົມໃຫ້ສະອາດວິທີນີ້ນ້ຳມັນຈາກຂິງຈະຊ່ວຍເຮັດ ໃຫ້ຮາກຜົມແຂງແຮງຂື້ນ ແລະ ກະຕຸ້ນການເກີດໃໝ່ຂອງເສັ້ນຜົມນຳ.


ສູດຮັກສາຜົມຫຼົ່ນດ້ວຍຫວ້ານຫາງແຂ້
ນຳຫວ້ານຫາງແຂ້ປະມານ 3-4 ຕົນມາປອກເປືອກອອກຈົນເຫຼືອແຕ່ເນື້ອໃສໆແລ້ວລ້າງນ້ຳໃຫ້ສະອາດ ແລະ ນຳມາບີບໃຫ້ ແລະ ເປັນເນື້ອດຽວ ກັນຈາກນັ້ນນຳມາພົມໃຫ້ທົ່ວຫົວໝັກປະໄວ້ປະມານ 20-30 ນາທີ ແລ້ວຄ່ອຍສະຜົມໃຫ້ສະອາດສູດນີ້ຈະຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງຫຼຸດອາການຜົມຫຼົ່ນ ແລະ ເຮັດໃຫ້ຜົມດຳເງົາງາມຫຼາຍຂື້ນ.


ສູດຮັກສາຜົມຫຼົ່ນດ້ວຍດອກອັນຊັນ
ນຳດອກອັນຊັນປະມານໜື່ງກຳມືມາຕຳໃຫ້ລະອຽດຈາກນັ້ນຜະສົມກັບນ້ຳລ້າລົງໄປເລັກນ້ອຍຄົນໃຫ້ເຂົາກັນແລ້ວໃຫ້ນຳມາພົມທີ່ຫົວແລະຜົມໝັກປະໄວ້ມານ 30 ນາທີ ແລ້ວຄ່ອຍສະຜົມໃຫ້ສະອາດດອກອັນຊັນຈະຊ່ວຍກະຕຸ້ນໃຫ້ເລືອດໄປລ້ຽງເສັ້ນຜົມຫຼາຍຂື້ນ ເຮັດໃຫ້ຜົມແຂງແຮງ ແລະ ຫຼົ່ນໜ້ອຍລົງ ນອກຈາກນີ້ຍັງຈະຊ່ວຍກະຕຸ້ນການງອກໃໝ່ຂອງເສັ້ນຜົມ ແລະ ຊ່ວຍໃຫ້ຜົມດົກດຳຂື້ນນຳ.


ທີ່ມາ http://news.com.la/detail/15430


v    ກະເພົາ ສະໝຸນໄພ ຊ່ວຍຂັບລົມ ຂັບສານພິດ ແລະ ລົດໄຂມັນໃນເລືອດ

v ກະເພົາ  ຈັດເປັນສະໝຸນໄພໃຊ້ທັ້ງດ້ານຮ່າງກາຍ ແລະ ຈິດວິນຍານ ໂດຍກ່າວວ່າກະເພົາມີຄຸນສົມບັດປັບທາດ ຊ່ວຍພາວະສົມດຸນຫຼາຍຂະບວນການຂອງຮ່າງກາຍ ແລະ ຊ່ວຍໃຫ້ຜະເຊີນຄວາມຄຽດ ທັ້ງທາງຮ່າງກາຍ ແລະ ຈິດໃຈໄດ້ດີຂື້ນ ເປັນພືດທີ່ຊ່ວຍໃຫ້ອາຍຸຢືນ.

v ກະເພົາ ມີສັບພະຄຸນທາງຢາຫຼາກຫຼາຍ ເຊັັ່ນ ມີລິດຕ້ານແບັກທິເຣຍ ລົດການອັກເສບ ລົດຄວາມດັນໂລຫິດ ລົດໄຂມັນໃນເລືອດ ແລະ ປະລິມານຄໍເລສເຕີລໍ ລົດນ້ຳຕານໃນເລືອດ ແລະ ຮັກສາເບົາຫວານ ບຳລຸງຫົວໃຈ ບຳລຸງຕັບ ຊ່ວຍຮັກສາແຜກະເພາະອາຫານ ຊ່ວຍຂັບລົມ ປັບສົມດຸນລະບົບພູມຕ້ານທານ ບັນເທົາມາລາເຮຍ ແລະ ຂັບສານພິດຕ່າງໆ.
v ກະເພົາສູດອາຍຸເວດ.
v ໃຫ້ເທນ້ຳເດືອດໃນຖ້ວຍຊາທີ່ໃສ່ໃບກະເພົາສົດ 4-6 ໃບ ຖີ້ມໄວ້ 2-5 ນາທີ ຖາຖີ້ມໄວ້ເຖີງ 5 ນາທີ ຈະໄດ້ຊາແກ່ທີ່ມີສັບພະຄຸນກະຊຸ່ມກະຊວຍ ແລະ ຄາຍຄວາມຄຽດອີກດ້ວຍ.
ສະໝຸນໄພໃກ້ຕົວ ຍິນດີນຳສະເໜີສັບພະຄຸນທາງຢາ ການນຳໄປໃຊ້ຄວນພິຈາລະນາຢ່າງຮອບດ້ານ.

8 ສະໝູນໄພ ຊ່ວຍເບີ່ງແຍ່ງສຸຂະພາບໃນລະດູໜາວ



          
           ລະດູ​ໜາວ ​ມາ​ຮອດ​ແລ້ວ ຫລາຍໆ​ຄົົນທີ່​​ມັກ​ລະດູ​ການ​ນີ້ ​ເພາະ​ວ່າ​ອາ​ກາດ​ບໍ່​ຮ້ອນ ​ແລະ ​ເຢັນ​ສະບາຍ ແຕ່​ບາງ​ຄົົນທີ່​ມັກ​ໜາວ​ກໍ​ບໍ່​ມັກ​ອາ​ກາດ​ເຢັນໆ​ເຊັ່ນ​ກັນ ມື້​ນີ້​​ມີ​ວິທີ​ກຽມ​ໂຕ​ກ່ອນ​ເຂົ້າ​ລະດູ​ໜາວ​ງ່າຍໆ​ມາ​ຝາກ​ກັນ​ ໂດຍ​ການ​ໃຊ້​ສະ​ໝຸນ​ໄພ​ຂອງ​ບ້ານເຮົາ​ນີ້​ເອງ ສາມາດ​ຊ່ວຍ​ແກ້​ໜາວ ແລະ ​ຊ່ວຍ​ປັບ​ສົມ​ດຸນ​ຂອງ​ທາດ​ຕ່າງໆ​ໃນ​ຮ່າງກາຍ​ຂອງ​ເຮົາ​ໄດ້​ນໍາອີກ​.
ຕາມ​ຫລັກ​ທິດສະດີ​ຂອງ​ໝໍ​ພື້ນເມືອງກ່າວ​ໄວ້​ວ່າ ຮ່າງກາຍ​ຂອງ​ຄົນ​ເຮົາ​ມີ​ທາດ​ເປັນ​ອົງ​ປະກອບ​ນຳກັນ​ທັງ​ໝົດ 8 ທາດ ໄດ້​ແກ່ ດິນ ນ້ຳ ລົມ ໄຟ ແລະ ​ອາການ​ເຈັບ​ປ່ວຍ​ຂອງ​ຄົນ​ເຮົາ ມັກ​ຈະ​ຂື້ນ​ຢູ່​ກັບ​ການ​ເສຍ​ສົມ​ດຸນ​ຂອງ​ທາດ​ນັ້ນໆ ສ່ວນ​ໃຫຍ່​ການ​ເຈັບ​ປ່ວຍ​ໃນ ລະດູ​ໜາວ ມັກ​ຈະ​ກ່ຽວກັບ​ທາດ​ນ້ຳ​ໃນ​ຮ່າງກາຍ​ທີ່​ເກີດ​ການ​ເສຍ​ສົມ​ດຸນ​ຮ່າງກາຍ​ຈະ​ເກີດ​ອາການ​ທີ່​ພົບ​ເລື້ອຍໆ ຄື ອາການ​ເຈັບ​ຄໍ ແສບ​ຄໍ ມີ​ຂີ້ກະເທີ ອາການ​ດັ່ງ​ກ່າວ​ເກີດ​ຈາກ​ກຸ່ມ​ອາການ​ຂອງ​ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ຄົນບ້ານເຮົາ​ຈື່ງ​ມີ​ວິທີ​ການ​ເບິ່ງແຍງ​ສຸຂະພາບ​ໃນ​ລະດູ​ໜາວ​ດ້ວຍ​ການ​ປັບ​ໃຊ້​ໂດຍ​ການ​ນຳ​ເອົາ​ສະ​ໝຸນ​ໄພ​ເພື່ອ​ປ້ອງ​ການ​ການ​ແກ້​ໜາວ​ເພາະ​ເປັນ​ສະ​ໝຸນ​ໄພ​ທີ່​ຫາ​ຊື້​ໄດ້​ງ່າຍ​ຕາມ​ຕະຫລາດ ຫລື ​ບາງ​ເຮືອນ​ກໍ​ມີ​ປູກ​ໄວ້​ໃນ​ເຮືອນ​ຂອງ​ຕົນເອງ ການ​ປັບ​ສົມ​ດຸນ​ຂອງ​ທາດ​ນ້ຳ ມີ​ດັ່ງ​ຕໍ່ໄປນີ້:
1.    ໝາກເພັດ ​ມີ​ສານ​ແຄບ​ໄຊ​ຊິນ (capsaicin) ຈະ​ເຮັດໃຫ້​ຊ່ວຍ​ໃນ​ການ​ໄຫລ​ວຽນ​ຂອງ​ເລືອດ​ໃນ​ຮ່າງກາຍ​ຂອງ​ເຮົາ ແລະ ​ຊ່ວຍ​ໃນ​ການ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ເຢັນ​ບໍລິເວນ​ປາຍ​ນິ້ວ​ມື ແລະ ນິ້ວ​ຕີນຫ​ລຸດ​ລົງ.
2.    ກະ​ທຽມ ຈະ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ສະເພາະ​ບໍລິເວນ​ຜິວ​ໜັງ ສາມາດ​ນຳ​ມາ​ປຸງ​ເປັນ​ອາຫານ​ ຫລື ກິນ​ສົດໆ ໄດ້​ທັນທີ.
3.    ຂີງ ເຊິ່ງ​ມີ​ສານ​ ຈິງ​ເກີ​ຣອນ (gingerol) ເຊິ່ງ​ຈະ​ຊ່ວຍ​ຫລຸດ​ໂຄ​ເລດ​ເຕີ​ລໍ​ຊະນິດ​ທີ່​ບໍ່​ດີ​ໃນ​ຮ່າງກາຍ ແລະ ​ຊ່ວຍ​ເຮັດໃຫ້​ຫລອດ​ເລືອດ​ບໍ່​ແຂງ​ໂຕ.
4.    ຂ່າ ຈະ​ມີ​ປະໂຫຍດ​ໃນ​ການ​ບຳ​ລຸງ​ທາດ​ໄຟ ແລະ ​ຊ່ວຍ​ຍ່ອຍ​ອາຫານ​ແຖມ​ຍັງ​ຊ່ວຍ​ແກ້​ອາການ​ປຸ້ນທ້ອງຮາກ ຊ່ວຍ​ຫລຸດ​ຂີ້ກະເທີ ບຳ​ລຸງ​ຮ່າງກາຍ ​ແລະ ​ຍັງ​ຊ່ວຍ​ເພີ່ມ​ການ​ໄຫລ​ວຽນ​ຂອງ​ເລືອດ ເປັນ​ສະ​ໝຸນ​ໄພ​ຕ້ານ​ມະ​ເຮັງນໍາ​ອີກ​.
5.    ຫວານຫົດເປັນ​ພືດ​ທີ່​ມີ​ລົດ​ຮ້ອນ ເຊິ່ງ​ມີ​ວິ​ຕາ​ມິນ​ເອ ບີ12 ແລະ ​ຍັງມີ​ແຄ​ຊຽມ ຊ່ວຍ​ລະບົບ​ການ​ຍ່ອຍ​ອາຫານ ແລະ ​ຈຸກ ສຽດ​ໃນ​ກະເພາະ​ອາຫານ​ນໍາອີກ​.
6.    ກະ​ເພົາ ໃບ​ສົດ​ມີ​ນ້ຳ​ມັນ​ຫອມ​ລະ​ເຫຍ ເຊິ່ງ​ປະກອບ​ດ້ວຍ linalool methyl chavicol  ສັບ​ພະຄຸນ ເປັນ​ຢາ​ຂັບ​ລົມ ຊ່ວຍຫ​ລຸດ​ອາການ​ຈຸກ​ສຽດ ຍິ່ງ​ຖ້າ​ນຳ​ໃບ​ສົດ​ມາ​ຄັ້ນ​ໃຫ້ເປັນ​ນ້ຳ​ຊ່ວຍ​ໃນ​ການ​ຂັບ​ຂີ້ກະເທີ ຂັບ​ເຫື່ອ ແຕ່​ຖ້າ​ຫາກ​ມີ​ແຜ ​ຫລື ​ເປັນ​ພະຍາດ​ຜິວ​ໜັງ ນຳ​ນ້ຳ​ກະ​ເພົາ​ທີ່​ຄັ້ນ​ແລ້ວ​ມາ​ທາ​ບໍລິເວນ​ຜິວ​ໜັງ ​ເຊິ່ງ​ຈະ​ຊ່ວຍ​ຂ້າ​ເຊື້ອ​ຈຸລິນຊີ​ໄດ້​ໃນ​ບາງ​ຊະນິດ ນອກ​ຈາກ​ນີ້​ຍັງ​ສາມາດ​ປ້ອງ​ກັນ​ຍຸງ​ໄດ້​ດົນ 2 ຊົ່ວ​ໂມງ.
7.    ບົວລະພາ ເລືອກ​ໃຊ້​ແຕ່​ໃບ​ຄັ້ນ​ເອົາ​ນ້ຳ​ປະ​ມານ 1 ຖ້ວຍ ມາ​ປະສົມ​ກັບ​ນ້ຳ​ເຜິ້ງ ກິນ​ແກ້​ໄອ ຈະ​ຊ່ວຍ​ຫລຸດ​ອາການ​ຫລອດລົມ​ອັກ​ເສບ ແລະ ​ຍັງ​ສາມາດ​ຊ່ວຍ​ໃນ​ການ​ຂັບ​ເຫື່ອ​ໄດ້​ດີ​ນໍາອີກ.
8.    ກະ​ເດົາ ມີ​ຄຸນຄ່າ​ທາງ​ອາຫານ​ໄດ້​ແກ່ ໂປ​ຕີນ ຄາ​ໂບ​ໄຮ​ເດ​ດ ​ແຄ​ຊຽມ ຟອດ​ຟໍ​ລັດ ເຫລັກ ເສັ້ນ​ໃຍ ເບ​ຕ້າ​ແຄ​ໂລ​ທີນ ວິ​ຕາ​ມິນ​ເອ ວິ​ຕາ​ມິບີ1 ແລະ 2 ວິ​ຕາ​ມິນ​ຊີ ແລະ ​ໄນ​ອາ​ຊີນ ປະໂຫຍດ​ຂອງ​ກະ​ເດົາ ມີ​ສັບພະຄຸນ​​ບຳ​ລຸງ​ທາດ​ໄຟ ສ້າງ​ພູ​ມ​ຕ້ານ​ທານ​ໃຫ້​ຮ່າງກາຍ ແລະ ​ແກ້​ໄຂ ຊ່ວຍ​ໃຫ້​ຂັບຖ່າຍ​​ລະອຽດ ຂັບ​ຖ່າຍ​ຄ່ອງ ແລະ ​ຊ່ວຍ​ໃຫ້​ນອນ​ຫລັບ​ສະບາຍ ສ່ວນ​ໃຫຍ່​ຈະ​ນິຍົມ​ນຳ​ດອກ ​ແລະ ​ໃບ​ນຳ​ມາ​ກິນ.
ນອກ​ຈາກ​ເລື່ອງ​ການ​ປັບ​ສົມ​ດຸນ​ຂອງ​ທາດ​ໃນ​ຮ່າງກາຍ​ແລ້ວ ໃນ ລະດູ​ໜາວ ຍັງມີ​ບັນຫາ​ເລື່ອງ​ຜິວ​ໜັງ​ແຫ້ງ ຖື​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​ລຳ​ຄານ​ແກ່​ທຸກ​ຄົນ​ໄດ້​ຫາກ​ບໍ່​ດູແລຮັກສາ​ເພາະ​ເມື່ອ​ຜິວ​ໜັງ​ແຫ້ງ​ຈະ​ເຮັດໃຫ້​ຮູ້ສກ​ຄັນ ລຳ​ຄານ ບາງ​ຄົນ​ຈະ​ຮູ້ສກ​ແສບ​ຮ້ອນ​ມັກ​ເກົາ​ບໍລິເວນ​ຜິວ​ໜັງ​ທີ່​ຄັນ​ຈົນ​ເກີດ​ແຜ​ອັກ​ເສບ​ເລືອດ​ອອກ ແລະ ​ມີ​ເຊື້ອ​ພະຍາດ​ເຂົ້າ​ສູ່​ຮ່າງກາຍ​ເກີດ​ອາການ​ອັກ​ເສບ ເຊິ່ງ​ຫາກ​ມີ​ຜິວ​ແຫ້ງ ມີ​ຂໍ້​ແນະ​ນຳ​ໃຫ້​ນຳ​ນ້ຳ​ມັນ​ໝາກ​ກອກ​ບໍລິສຸດ​ທາງ​ຈະ​ຊ່ວຍ​ໃຫ້​ຜິວ​ເກີດ​ຄວາມ​ຊຸ່ມ​ຊື່ນ​ໄດ້​ດົນ ຫາກ​ໃຊ້​ນ້ຳ​ມັນ​ໝາກພ້າວ​ ຫລື  ​ນ້ຳ​ມັນ​ງາ ​ຈະ​ຊ່ວຍຫ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໜັງ ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ທີ່​ເກີດ​ຈາກ​ແສງ​ແດດ​ໄດ້.
ຂໍ້ມູນຈາກ

ไม่มีความคิดเห็น:

แสดงความคิดเห็น